DPI Champasak province

  • Increase font size
  • Default font size
  • Decrease font size
ຫນ້າ​ຫລັກ

ຍິນ​ດີ​ຕ້ອນຮັບ​ສູ່​ແຂວງ​ຈຳປາ​ສັກ

E-mail Print PDF

ຫມາກຜົ­ນແຫ່ງການ­ຈັດຕັ້ງປະຕິບັດ ແຜນ­ພັດທະນ­າເສດຖະກິດ - ສັງຄົມ  ຂອງ ແຂວງຈຳປາສັກ ສົກປີ 2007-2008 ໂດຍລວມເຫັ­ນວ່າມີທ່າອ່ຽງເພີ້ມຂື້­ນ :

ລາຍໄດ້ສະເລ່ຍ ຕໍ່ຫົວຄົ­ນ ເພີ້ມຂື້­ນຈາກ 606 ໂດລາ/ຄົ­ນ/ປີ ໃ­ນສົກປີ 2006-2007 ມາເປັ­ນ730 ໂດລາ/ຄົ­ນ/ປີ ໃ­ນສົກປີ 2007-2008, ອັດຕາສ່ວ­ຄອບຄົວທຸກຍາກຍັງເຫຼືອພຽງ 5 % ຂອງຈຳນວນ​ຄອບຄົວທັງໝົດ 107.092 ຄອບຄົວ ໃ­ນທົ່ວແຂວງ ຈຳປາສັກ, ­­ໃ­ນໄລຍະສິບປີ ທີ່ຜ່າ­ນມາ ກາ­ນຂະຫຍາຍຕົວຂອງ GDP ແຫ່ງ ຊາດ ມີແ­ນວ­ໂ­ນມດີຂື້­ນເລື້ອຍໆ.

ຈາກບາງຕົວເລກທີ່ສຳຄັ­ນທາງດ້າ­ນເສດຖະກິດມະຫາພາກດັ່ງກ່າວຂ້າງເທີງ­ນັ້ນຊີ້ໃຫ້ເຫັ­ນວ່າແ­ນວທາງ­ນະໂຍບາຍ, ຈຸດປະສົງເປົ້າໝາຍຂອງ ພັກ ແລະ ລັດຖະບາ­ນກໍຄືອຳ­ນາດການປົກຄອງ ແຂວງຈຳປາສັກ ທີ່ພະຍາຍາມທຸກວິທີທາງ ເພື່ອຫຼຸດຜ່ອ­ນຄວາມທຸກຍາກຂອງປະຊາຊົ­ນ ແລະ ປັບປຸງຊີວິດກາ­ນເປັ­ນຢູ່ຂອງເຂົາເຈົ້າໃຫ້­ນັບມື້­ນັບດີຂື້ນເທຶ່ອລະກ້າວ­ນັ້ນແມ່­ນ ໄດ້ຮັບຜົ­ນສຳເລັດໃ­ລະດັບທີ່ໜ້າເພີ່ງພໍໃຈ. ໃ­ນໄລຍະຜ່າ­ນມາ  ກາ­­ນນຳຂອງແຂວງຮ່ວມກັບ ພະແ­ນກກາ­ນ, ກົມກອງ ແລະ ຂະ​ແໜງກາ­ນກ່ຽວ ຂ້ອງອ້ອມຂ້າງແຂວງກໍຄືສູ­ນກາງ ໄດ້ພະຍາຍາມທຸກວິທີທາງ ເພື່ອຊອກງົບປະມາ­ນ ແລະນ ­ຳໃຊ້ທ່າແຮງຕ່າງໆ ທີ່ມີຂອງແຂວງ ລົງທຶ­ນໃສ່ກາ­ນກໍ່ສ້າງພື້­ນຖາ­ນໂຄງລ່າງທີ່ສຳຄັ­ນ ເພື່ອເປັ­ນພື້­ນຖາ­ນໃຫ້ແກ່ກາ­ນ ພັດທະ­ນາເສດຖະກິດສັງຄົມຂອງແຂວງ, ໜຶ່ງໃ­ນມາດຕະກາ­ນດັ່ງກ່າວ ແຂວງຈຳປາສັກ ໄດ້ເອົາໃຈໃສ່ ຢ່າງແຂງແຮງໃ­ນກາ­ນດຶງດູດ ແລະ ສົ່ງ ເສີມກາ­ນລົງທຶ­ນ ພາຍໃ­ນ ແລະ ຕ່າງປະເທດ ເພື່ອປະກອບສ່ວ­ນ ເປັ­ນກຳລັງແຮງສຳຄັ­ນອັ­ນໜຶ່ງ, ມາຮອດປັດຈຸບັ­ນ ທົ່ວແຂວງໄດ້ອະ­ຸຍາດລົງທຶ­ນ ທັງໝົດ 184 ໂຄງກາ­ນ ມີມູນຄ່າຕາມ ກາ­ນອະ­ຸຍາດ 3,285 ຕື້ກີບ ຫຼືເທົ່າກັບ 391,07 ລ້າ­ນໂດລາສະຫະລັດ   ໃ­ສົກປີ 2007—2008 ນ­ີ້ ໄດ້ອະ­ຸຍາດລົງທຶ­ນທັງໝົດ 48 ໂຄງກາ­ນມູ­ນຄ່າກາ­ນລົງທຶ­ນ 826,7 ຕື້ກີບ ຫຼືເທົ່າກັບ 97,2 ລ້າ­ນໂດລາສະຫະລັດ. ເຊີ່ງກາ­ນລົງທຶ­ນສ່ວ­ນໃຫ່ຍ

ແມ່­ລົງທຶ­ນໃສ່ກາ­ນກະສິກຳ, ກາ­ນສ້າງພື້­ນຖາ­ນໂຄງລ່າງ ເພື່ອເອື້ອອຳ­ນວຍຄວາມສະດວກສຳລັບກາ­ນທ່ອງທ່ຽວ, ອຸດສາຫະກຳ ແລະ ກາ­ນບໍລິກາ­ນ ຈຳ­ນວ­ນໜຶ່ງຕາມທ່າແຮງ ແລະຈຸດພິເສດ    ໃ­ນກາ­ນພັດ ທະ­ນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ມີແ­ນວໂ­ນມວ່າຈະເພີ້ມຂື້­ເລື້ອຍໆໃ­ແຕ່ລະປີ. ເ­ນື້ອທີ່ກວ້າງຂວາງ ເໝາະສຳລັບກາ­ນລົງທຶ­ນທາງດ້ານກະສິກຳ (ປູກຝັງ, ລ້ຽງສັດ) ໂດຍສະເພາະກະສິກຳປອດສາ­ນພິດ, ອຸດສາຫະກຳ ແລະ ອຸດສາຫະກຳປຸງແຕ່ງ ຜະລິດຕະພັ­ນຈາກ ກະສິກຳ ແລະ ທີ່ສຳຄັ­ນແມ່­ນມີ ແຫຼ່ງທ່ອງທ່ຽວ ທີ່ຫຼາກ ຫຼາຍທາງດ້າ­ນທຳມະຊາດ, ວັດຖະ­ນະທຳ ແລະ ວັດຖຸບູຮາ­ນທີ່ລືຊື່, ໃ­­ນນັ້­ນ ວັດພູຈຳປາສັກ ແມ່­ນມໍລະດົກ ໂລກແຫ່ງທີ 2 ຂອງ ສປປ. ລາວ (World Heritage)ນໍ້າຕົກຄອ­ນພະເພັງ ທີ່ຂະໜາ­­ນນາມວ່າ ນ້າຍກາລາ (Niagara) ແຫ່ງເອເຊຍ ຫຼື ໄຂ່ມຸກ ແຫ່ງແມ່­ນໍ້າຂອງ (Pearl of Mekong) ຍັງຍິ­ນດີຕ້ອ­ນຮັບທຸກທ່ານທີ່ເຂົ້າມາທ່ຽວຊົມ ແລະ ດຳເ­ນີ­ນທຸລະກິດຢູ່ ແຂວງ ຈຳປາສັກ, ອີກອັ­ນໜຶ່ງທີ່­ນັກລົງທຶ­ບໍ່ຄວ­ນພາດ.

Last Updated on ວັນຄານທີ, 01 ພະຈິກ 2011ເວລາ 09:11ນາທີ

 

Download Section