ຫມາກຜົນແຫ່ງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ - ສັງຄົມ ຂອງ ແຂວງຈຳປາສັກ ສົກປີ 2007-2008 ໂດຍລວມເຫັນວ່າມີທ່າອ່ຽງເພີ້ມຂື້ນ :
ລາຍໄດ້ສະເລ່ຍ ຕໍ່ຫົວຄົນ ເພີ້ມຂື້ນຈາກ 606 ໂດລາ/ຄົນ/ປີ ໃນສົກປີ 2006-2007 ມາເປັນ730 ໂດລາ/ຄົນ/ປີ ໃນສົກປີ 2007-2008, ອັດຕາສ່ວຄອບຄົວທຸກຍາກຍັງເຫຼືອພຽງ 5 % ຂອງຈຳນວນຄອບຄົວທັງໝົດ 107.092 ຄອບຄົວ ໃນທົ່ວແຂວງ ຈຳປາສັກ, ໃນໄລຍະສິບປີ ທີ່ຜ່ານມາ ການຂະຫຍາຍຕົວຂອງ GDP ແຫ່ງ ຊາດ ມີແນວໂນມດີຂື້ນເລື້ອຍໆ.
ຈາກບາງຕົວເລກທີ່ສຳຄັນທາງດ້ານເສດຖະກິດມະຫາພາກດັ່ງກ່າວຂ້າງເທີງນັ້ນຊີ້ໃຫ້ເຫັນວ່າແນວທາງນະໂຍບາຍ, ຈຸດປະສົງເປົ້າໝາຍຂອງ ພັກ ແລະ ລັດຖະບານກໍຄືອຳນາດການປົກຄອງ ແຂວງຈຳປາສັກ ທີ່ພະຍາຍາມທຸກວິທີທາງ ເພື່ອຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ນັບມື້ນັບດີຂື້ນເທຶ່ອລະກ້າວນັ້ນແມ່ນ ໄດ້ຮັບຜົນສຳເລັດໃລະດັບທີ່ໜ້າເພີ່ງພໍໃຈ. ໃນໄລຍະຜ່ານມາ ການນຳຂອງແຂວງຮ່ວມກັບ ພະແນກການ, ກົມກອງ ແລະ ຂະແໜງການກ່ຽວ ຂ້ອງອ້ອມຂ້າງແຂວງກໍຄືສູນກາງ ໄດ້ພະຍາຍາມທຸກວິທີທາງ ເພື່ອຊອກງົບປະມານ ແລະນ ຳໃຊ້ທ່າແຮງຕ່າງໆ ທີ່ມີຂອງແຂວງ ລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງທີ່ສຳຄັນ ເພື່ອເປັນພື້ນຖານໃຫ້ແກ່ການ ພັດທະນາເສດຖະກິດສັງຄົມຂອງແຂວງ, ໜຶ່ງໃນມາດຕະການດັ່ງກ່າວ ແຂວງຈຳປາສັກ ໄດ້ເອົາໃຈໃສ່ ຢ່າງແຂງແຮງໃນການດຶງດູດ ແລະ ສົ່ງ ເສີມການລົງທຶນ ພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນ ເປັນກຳລັງແຮງສຳຄັນອັນໜຶ່ງ, ມາຮອດປັດຈຸບັນ ທົ່ວແຂວງໄດ້ອະຸຍາດລົງທຶນ ທັງໝົດ 184 ໂຄງການ ມີມູນຄ່າຕາມ ການອະຸຍາດ 3,285 ຕື້ກີບ ຫຼືເທົ່າກັບ 391,07 ລ້ານໂດລາສະຫະລັດ ໃສົກປີ 2007—2008 ນີ້ ໄດ້ອະຸຍາດລົງທຶນທັງໝົດ 48 ໂຄງການມູນຄ່າການລົງທຶນ 826,7 ຕື້ກີບ ຫຼືເທົ່າກັບ 97,2 ລ້ານໂດລາສະຫະລັດ. ເຊີ່ງການລົງທຶນສ່ວນໃຫ່ຍ
ແມ່ລົງທຶນໃສ່ການກະສິກຳ, ການສ້າງພື້ນຖານໂຄງລ່າງ ເພື່ອເອື້ອອຳນວຍຄວາມສະດວກສຳລັບການທ່ອງທ່ຽວ, ອຸດສາຫະກຳ ແລະ ການບໍລິການ ຈຳນວນໜຶ່ງຕາມທ່າແຮງ ແລະຈຸດພິເສດ ໃນການພັດ ທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ມີແນວໂນມວ່າຈະເພີ້ມຂື້ເລື້ອຍໆໃແຕ່ລະປີ. ເນື້ອທີ່ກວ້າງຂວາງ ເໝາະສຳລັບການລົງທຶນທາງດ້ານກະສິກຳ (ປູກຝັງ, ລ້ຽງສັດ) ໂດຍສະເພາະກະສິກຳປອດສານພິດ, ອຸດສາຫະກຳ ແລະ ອຸດສາຫະກຳປຸງແຕ່ງ ຜະລິດຕະພັນຈາກ ກະສິກຳ ແລະ ທີ່ສຳຄັນແມ່ນມີ ແຫຼ່ງທ່ອງທ່ຽວ ທີ່ຫຼາກ ຫຼາຍທາງດ້ານທຳມະຊາດ, ວັດຖະນະທຳ ແລະ ວັດຖຸບູຮານທີ່ລືຊື່, ໃນນັ້ນ ວັດພູຈຳປາສັກ ແມ່ນມໍລະດົກ ໂລກແຫ່ງທີ 2 ຂອງ ສປປ. ລາວ (World Heritage)ນໍ້າຕົກຄອນພະເພັງ ທີ່ຂະໜານນາມວ່າ ນ້າຍກາລາ (Niagara) ແຫ່ງເອເຊຍ ຫຼື ໄຂ່ມຸກ ແຫ່ງແມ່ນໍ້າຂອງ (Pearl of Mekong) ຍັງຍິນດີຕ້ອນຮັບທຸກທ່ານທີ່ເຂົ້າມາທ່ຽວຊົມ ແລະ ດຳເນີນທຸລະກິດຢູ່ ແຂວງ ຈຳປາສັກ, ອີກອັນໜຶ່ງທີ່ນັກລົງທຶບໍ່ຄວນພາດ.

















